ໂມເດລການຈັດຈຳໜ່າຍຂອງພວກເຮົາ

ຂະບວນການຂາຍແບບໂຕຕໍ່ໂຕ ທີ່ຜູ້ຄົນໄດ້ຮັບການຊ່ວຍເຫຼືອທີ່ແທ້ຈິງຈາກຄົນຈິງ(ທີ່ເປັນມືອາຊີບ)

ຈະເລີ່ມແນວໃດ

ໃນປີ 1988, ຜູ້ລິເລີ່ມຂອງຢູນີຊີຕີ້ໄດ້ນຳຜະລິດຕະພັນໃໝ່ທີ່ໜ້າຕື່ນຕາຕື່ນໃຈເຂົ້າສູ່ຕະຫຼາດ: ບາລານ(Balance) ຜະລິດຕະພັນທີ່ສົ່ງເສີ່ມລະດັບຄໍເລສະເຕີໂຣໃຫ້ດີຂຶ້ນໂດຍວີທີທຳມະຊາດແລະຮັກສາລະດັບນ້ຳຕານໃຫ້ຢູ່ໃນເກນທີ່ດີຕະຫຼອດມື້. ຕໍ່ມາໄດ້ບັນຈຸເຂົ້າໃນໜັງສືຈ່າຍຢາຂອງແພດ (the Physician’s’ Desk Reference) ແລະຍັງໄດ້ຮັບການຍົກຍ້ອງຈາກບັນດານັກວິທະຍາສາດແລະແພດໝໍ.

ແຕ່ເມື່ອບໍລິສັດໄດ້ວາງຂາຍຜະລິດຕະພັນໃນຫຼາຍໆຮ້ານທົ່ວປະເທດອາເມລິກາ, ພວກເຂົາພົບບັນຫາໜຶ່ງ: ເຖິງວ່າຈະໄດ້ຮັບການຍ້ອງຍໍຈາກແພດໝໍຜູ້ຊ່ຽວຊານ , ແຕ່ກໍ່ບໍ່ໄດ້ການຕອບຮັບທີ່ດີ. ບາລານ(Balance) ເປັນຜະລິດຕະພັນທີ່ມີແນວຄິດສູງເໜືອທຳມະດາ ສຳຫຼັບປີ 1990.

ທຸລະກິດສ່ວນບຸກຄົນ

ການເປັນຜູ້ນຳຂອງເຮົາເຊື່ອວ່າພວກເຂົາຕ້ອງການພຽງແຕ່ໂມເດລ(model)ທີ່ເໝາະສົມ ເພື່ອເຮັດໃຫ້ບາລານ(Balance)ເຂົ້າຫາຜູ້ຄົນທີ່ເຂົາຕ້ອງການ

ຮູບແບບໃນການຈັດຈຳໜ່າຍຂອງຢູນີຊີຕີ້ເປັນສິ່ງທ້າທາຍຫຼາຍ, ຄືຂະບວນການຂາຍແບບໂຕຕໍ່ໂຕເປັນບ່ອນທີ່ຜູ້ຄົນທີ່ຈະໄດ້ຮັບຄວາມຊ່ວຍເຫຼືອຢ່າງແທ້ຈິງ, ມັນເຊື່ອມຕໍ່ຜູ້ຂາຍແລະຜູ້ຊົມໃຊ້ດ້ວຍການອຳນວຍຄວາມສະດວກໃນການຊຸກຍູ້ຊ່ວຍເຫຼືອແລະຕິດຕໍ່ພົວພັນກັນແບບສ່ວນບຸກຄົນ.

ຮູບແບບຂອງພວກເຮົາໄດ້ໃຫ້ພະລັງໃນການຮຽນຮູ້ກ່ຽວກັບຜະລິດຕະພັນແລະສ້າງສຳພັນທີ່ມີຄວາມໝາຍແກ່ຜູ້ຄົນອ້ອມຂ້າງພວກເຂົາ. ໂມເດລຂອງຢູນີຊີຕີ້ເຮັດໃຫ້ທຸລະກິດກາຍເປັນເລື່ອງສ່ວນບຸກຄົນອີກຄັ້ງ.

ຫຼັງຈາກ 25 ປີ ຜ່ານໄປ, ພວກເຮົາໄດ້ຮຽນຮູ້ວ່າຮູບແບບການຈຳໜ່າຍສິນຄ້າທີ່ມີຄວາມສຳພັນໃກ້ສິດແບບຄົນຕໍ່ຄົນບໍ່ພຽງແຕ່ມີພະລັງໃນການສ້າງປະສົບການທີ່ດີສຸດໃຫ້ແກ່ລູກຄ້າ ທີ່ພວກເຂົາສາມາດຮັບຂໍ້ມູນທີ່ ຕ້ອງການກ່ຽວກັບຜະລິດຕະພັນທີ່ພວກເຂົາຮັກ ນີ້ຍັງເປັນອີກໜຶ່ງສັກກະຍາພາບທີ່ຈະເຮັດບາງສິ່ງພິເສດສຳຫຼັບຜູ້ທີ່ຈັດຈຳໜ່າຍແລະແບ່ງປັນຜະລິດຕະພັນ

ຊຸມຊົນຂອງຜູ້ຮຽນຮູ້

ເມື່ອລົງທະບຽນເປັນຜູ້ຈັດຈຳໜ່າຍອິດສະຫຼະແລ້ວ ນັ້ນແມ່ນພວກເຂົາກຳລັງເຮັດບາງສິ່ງທີ່ເກີນກວ່າການເຂົ້າຮ່ວມລາຍຊື່ໃນອີເມລ.

ພວກເຂົາໄດ້ເຂົ້າຮ່ວມຊຸມຊົນຜູ້ທີ່ມີຄວາມຮັກ-ມີຄວາມຫຼົງໄຫຼກ່ຽວກັບສຸຂະພາບ, ວິທະຍາສາດ, ແລະການພັດທະນາຕົນເອງ. ຜູ້ຈັດຈຳໜ່າຍອິດສະຫຼະຂອງພວກເຮົາຫຼາຍໆທ່ານໄດ້ພົບປະກັນຢູ່ເລື້ອຍໆເປັນຫຼາຍໆກຸ່ມທົ່ວໂລກໃນການເຝິກອົບຮົມພັດທະນາທັກສະແລະແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ.

ສຳຫຼັບບາງຄົນ ປະສົບການຈະບໍ່ມີຫຍັງເລີຍຖ້າຂາດການພັດທະນາ, ດ້ວຍເຫດນັ້ນພວກເຮົາຈຶ່ງໃຫ້ການຊ່ວຍເຫຼືອຜູ້ທີ່ມີຄວາມຝັນ.

ນອກຈາກຈະໄດ້ຮັບສ່ວນຫຼຸດໃນທຸກຜະລິດຕະພັນຂອງຢູນີຊີຕີ້, ຜູ້ຈັດຈຳໜ່າຍອິດສະຫຼະຂອງພວກເຮົາຍັງໄດ້ຮັບສິດທິປະໂຫຍດທາງດານການເງິນເພີ່ມຕື່ມໃນການຫາລາຍໄດ້ດ້ວຍການອອກໄປແບ່ງປັນ ຜະລິດຕະພັນໃຫ້ກັບຄົນອື່ນໆຮູ້. ສຳຫຼັບຫຼາຍໆຄົນ ນີ້ເປັນພຽງແຕ່ວຽກຊົ່ວຄາວ ທີ່ຈະຊ່ວຍໃຫ້ພວກເຂົາປ່ຽນວັນພັກປະຈຳປີ ຫຼືການນັດພົບປະສັງສັນແຕ່ລະເດືອນ ໃຫ້ກາຍມາເປັນຄວາມຈິງ, ສຳຫຼັບຄົນອື່ນໆການເປັນຜູ້ຈັດຈຳໜ່າຍ/ນັກທຸລະກິດຂອງຢູນີຊີຕີ້ທີ່ສາມາດກາຍເປັນງານປະຈຳໄດ້ ໂດຍຄວາມສາມາດໃນການເປັນແຮງບັນດານໃຈໃຫ້ແກ່ຊີວິດຫຼາຍພັນຄົນແລະໄດ້ຮັບຜົນຕອບແທນຕາມຄວາມເໝາະສົມ.

ຕໍ່ໄປອີກ 25 ປີ

ເມື່ອພວກເຮົາເລີ່ມຕົ້ນການເດີນທາງຂອງຜະລິດຕະພັນເພື່ອສຸຂະພາບທາງວິທະຍາສາດຫຼາຍກວ່າ 25ປີທີ່ຜ່ານມາ ພວກເຮົາບໍ່ຮູ້ວ່າຈະນຳໄປສູ່ຈຸດໃດ

ເມື່ອພວກເຮົາເລີ່ມຕົ້ນການເດີນທາງຂອງຜະລິດຕະພັນເພື່ອສຸຂະພາບທາງວິທະຍາສາດຫຼາຍກວ່າ 25ປີທີ່ຜ່ານມາ ພວກເຮົາບໍ່ຮູ້ວ່າຈະນຳໄປສູ່ຈຸດໃດ. ມື້ນີ້ເຮົາຮູ້ສຶກອ່ອນນ້ອມຖ່ອມຕົນເມື່ອເບິ່ງຍ້ອນກັບໄປແລະເຫັນວ່າການເດິນທາງໃນຄັ້ງນີ້ໄດ້ເຮັດມີອິດທິພົນຕໍ່ຜູ້ຄົນນັບລ້ານທີ່ຕ້ອງຮັບຜິດຊອບຕໍ່ສຸຂະພາບແລະການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນອີກ.

ສິ່ງເຫຼົ່ານີ້ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າປາສະຈາກຊຸມຊົນຂອງຜູ້ຈັດຈຳໜ່າຍອິດສະຫຼະໃນທົ່ວໂລກຂອງພວກເຮົາ.

ໃນຖານະທີ່ເປັນຊຸມຊົນ ພວກເຮົາຫວັງວ່າສິ່ງທີ່ຈະເກີດຂຶ້ນໃນອີກ 25ປີຂ້າງໜ້າຈະນຳໄປສູ່ການຈະເລີນເຕີບໂຕ ການພັດທະນາສ່ວນບຸກຄົນ ແລະ ໂດຍສະເພາະຢ່າງຍິງຜະລິດຕະພັນທີ່ຈະປ່ຽນແປງຊີວິດ ເປັນຜະລິດຕະພັນທີ່ນຳອອກຈາກຊັ້ນວາງຂາຍໄປສູ່ມືຂອງຜູ້ທີ່ເຂົ້າໃຈດີທີ່ສຸດໃນການແປ່ງປັນຄວາມຮູ້ກ່ຽວກັບຜະລິດຕະພັນ.


ບໍລິສັດຢູນີຊີຕີ້ລາວຈຳກັດຜູ້ດຽວ
ອາຊຽນມໍ ຕຶກ E3, ຖ. T4
ບ້ານໂພນທັນ, ເມືອງໄຊເສດຖາ,
ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທ: +856-21-419055-6
ແຟກ: +856-21-419066